າວພຸທທ໌ທີ່ຮັກແພງທັງຫຼາຍ ກ່ອນອື່ນຜູ້ຈັດທຳຂໍອະນຸໂມທະນາໃນກຸສົລ ຂອງກາຣຄົ້ນຄົ້ວພຣະທັມມ໌ ຂອງພຣະອະຣະຫັນ-ຕະສັມມາ ສັມພຸທທະເຈົ້າພຣະອົງຄ໌ນັ້ນ ພ້ອມທັງຄຳສັ່ງສອນຂອງຄຣູບາ-ອາຈາຣຍ໌ ເພື່ອກາຣເຜີຍແພ່ແລະອະນຸຣັກສ໌ ພຣະພຸທທະສາສນາ ເພື່ອຈະເຣີນຍ໌ກຸສົລ ເພື່ອກາຣຈະເຣີນຍ໌ປັນຍ໌ຍາ ເພື່ອກາຣຮູ້ແຈ້ງແທງຕະຫຼອດໃນ ອະນິຈັງ, ທຸກຂັງ, ອະນັຕຕາ ເພື່ອຄວາມເບື່ອໝ່າຍຄ່າຍກຳຫນັດ ເພື່ອກາຣຫລຸດພົ້ນແຫ່ງອະກຸສົລທັມມ໌ ເພື່ອກາຣເຂົ້າເຖິ່ງ ຊຶ່ງພຣະນິພພານ.
ໃນສະຖານທີ່ແຫ່ງນີ້ ຜູ້ຈັດທຳໄດ້ພະຍາຍາມຄົ້ນຫາພຣະທັມມ໌ ແລະຄຳສັ່ງສອນຂອງຄຣູບາ-ອາຈາຣຍ໌ ທີ່ເຫັນວ່າສົມຄວຣ ແລະເປັນປະໂຍຊນ໌ ຕໍ່ທ່ານທີ່ເຂົ້າມາຄົ້ນຄົ້ວໃນທີ່ນີ້ ຍ້ອນວ່າພາສາລາວ ເປັນພາສາທີ່ບໍ່ຕາຍໂຕ ເພາະມີກາຣປ່ຽນແປງຢູ່ຕາມ ຣະບອບກາຣຈັດຕັ້ງຂອງຣັຖບາລ ປະກອບກັບພາສາທີ່ໃຊ້ໃນທາງພຸທທະສາສນາ ເປັນພາສາບາລີ ຂໍຍົກຕົວຢ່າງຄຳວ່າ ພຣະອຣຫັນຕ໌ ສ່ວນຫລາຍຈະເຫັນຂຽນເປັນ ພຣະອໍຣະຫັນຕ໌ ຊຶ່ງທີ່ຖືກຕ້ອງ ແລ້ວຄວຣເປັນ ພຣະອະຣະຫັນຕ໌ ຂໍ້ທີສັງເກຕ ໄດ້ງ່າຍຄືພາສາ ບາລີຈະບໍ່ໃຊ້ ສະຣະ xະ ແຕ່ເມື່ອນຳມາຂຽນ ເປັນພາສາລາວແລ້ວຄວຣ ໃຊ້ສະຣະ xະ ເພື່ອກາຣອອກສຽງ
ຫມາຍເຫຕຸ: ກາຣໃຊ້ສະຣະໃນທີ່ນີ້ອາຈແຕກຕ່າງຈາກຫລັງໄວຍະກອຣນ໌ລາວ ທີ່ທ່ານມະຫາສີລາແຕ່ງໄວ້ ເພາະຢ້ານກາຣອອກ ສຽງຜິດໃນພາສາປາລີ ສາເຫຕຸອີກຢ່າງນຶ່ງ ກໍເພາະພາສາລາວມີກາຣປ່ຽນແປງໄປຫລາຍ ຖ້າຕາມໃຈຜູ້ຂຽນກາຣບໍ່ໃຊ້ສະຣະເລີຍ ແຫ່ງເປັນກາຣດີ ແຕ່ຄົນສ່ວນຫລາຍຈະອ່ານບໍ່ໄດ້ ນອກຈາກທ່ານທີ່ສຶກສາ ພາສາປາລີ ມາດີພໍສົມຄວຣ ທົດລອງເບິ່ງກາຣຂຽນ ຂອງມະຫາສີລາ ວິຣະວົງສ໌ ໃນແນວຂອງພາສາປາລີ ຫຼືແບບພຣະທັມມ໌ ແລະທົດລອງສັງເກຕຄຳວ່າ "ກາຣ" "ມົນຕ໌" "ບົທ" "ປຕິບັຕິ" "ວັຕຕ໌" "ອາສັຍ" "ອຸທິສ" "ປໂຍຊນ໌" "ອາຈາຣຍ໌" ເປັນຕົ້ນ..ລອງເບິ່ງຄວາມແຕກຕ່າງຂອງພາສາປາລີ ຯລຯ
ກ່ຽວກັບຜູ້ຈັດທຳ
ຜູ້ຈັດທຳເອງໂດຍກຳເນີດ ເກີດຢູ່ບ້ານຂຸນຕາ, ຕາແສງສີຖານເຫນືອ, ເມືອງສີໂຄຕະບອງ, ແຂວງວຽງຈັນທຣ໌ ຂະນະທີຮຽນຢູ່ Lycée De Vientian ປີທີ່ສອງ ປະເທສລາວມີກາຣປ່ຽນກາຣປົກຄອງ ຈຶ່ງໄດ້ມາຮຽນຕໍ່ທີ່ ປະເທສໄທຍ໌ຈົບມັທຍົມ ໘ ທີ່ ຈັງຫັວດຫນອງຄາຍ ແລະໄດ້ຮໍ່າຮຽນພາສາບາລີກັບ ທ່ານອາຈາຣຍ໌ ພຣະມຫາDr. ວັນດີ ວົງສາເຄນ ຜູ້ຈັດທຳຈະໃຊ້ຄວາມ ສາມາຖໃນສາມພາສາ ສື່ communicate ກັບທ່ານເທົ່າທີຈະເຮັດໄດ້ ດ້ວຍກຸສົລເຈຕະນາ ຫາກມີກາຣຜິດພາດ ຜູ້ຈັດທຳ ຂໍຄຳຊີ້ແນະກັບຜູ້ຮູ້ ເພື່ອກາຣດຳຣົງ ໄວ້ເຊິ່ງສັຈຈະທັມມ໌ ເພື່ອກາຣຖະນຸບຳຣຸງພຣະພຸທທະສາສນາຕໍ່ໄປ !!!
ເນື່ອງຈາກທາງຜູ້ຈັດທຳບໍ່ຕ້ອງກາຣໃຫ້ຜູ້ອ່ານອາສັຍຄວາມເຊື່ອຖື ຫຼືຄວາມສັທທາໃນຕັວຜູ້ຈັດທຳ ໃນກາຣຍອມຮັບ ທັມມະບັຣຍາຍ ຕ່າງໆ ແຕ່ຕ້ອງກາຣໃຫ້ຜູ້ອ່ານພິຈາຣະນາດ້ວຍປັນຍ໌ຍາຂອງທ່ານເອງ ວ່າສິ່ງທີ່ຜູ້ຈັດທຳບັຣຍາຍໄວ້ນັ້ນຖືກຕ້ອງຫຼືບໍ່ ເມື່ອທ່ານ ພິຈາຣະນາແລ້ວເຫັນວ່າ ຄວຣເຊື່ອກໍຈຶ່ງເຊື່ອ ເມື່ອບໍ່ແນ່ໃຈກໍຮັບຟັງໄວ້ ແລ້ວລອງ ນຳໄປປະຕິບັຕິເບິ່ງ ຫຼືຖ້າທ່ານເຫັນວ່າທັມມະ ບັຣຍາຍນັ້ນ ບໍ່ຕົງກັບຄວາມເປັນຈິງກໍ ບໍ່ຕ້ອງເຊື່ອ
ດັ່ງທີ່ອົງຄ໌ສົມເດັຈພຣະສັມມາສັມພຸທທະເຈົ້າຕຣັສໄວ້ ແກ່ພວກຊົນກາລາມໂຄຕຣ໌ ຊາວເກສປຸຕຕະ ນິຄົມ ແຄວ້ນໂກສົລ ດັ່ງຄວາມໃນພຣະໄຕຣປິດົກ (ເກສປຸຕຕະສູຕຣ໌ ພຣະສຸຕຕັນຕະປິດົກ ເຫຼັ້ມທີ່ 12 ອັງຄຸຕຕະຣະນິກາຍ ເອກະທຸກະຕິກະນິບາຕ ຂໍ້ 505) ດັ່ງນີ້ "ດູກະຣະກາລາມຊົນທັ້ງຫລາຍ ທ່ານທັ້ງຫລາຍ
1. ຢ່າໄດ້ຍຶດຖືຕາມຄຳທີ່ໄດ້ຍິນໄດ້ຟັງມາ
2. ຢ່າໄດ້ຍຶດຖືຕາມຄຳສືບໆ ກັນມາ
3. ຢ່າໄດ້ຍຶດຖືໂດຍຕື່ນຂ່າວວ່າ ໄດ້ຍິນວ່າຢ່າງນີ້
4. ຢ່າໄດ້ຍຶດຖືໂດຍອ້າງຕຳຣາ
5. ຢ່າໄດ້ຍຶດຖືໂດຍຄາດຄະເນ
6. ຢ່າໄດ້ຍຶດຖືໂດຍນຶກເດົາເອົາເອງ
7. ຢ່າໄດ້ຍຶດຖືໂດຍຕຣຶກຕາມອາກາຣ
8. ຢ່າໄດ້ຍຶດຖືໂດຍຊອບໃຈວ່າຕ້ອງກັນກັບທິຕຖິຂອງຕົນ
9. ຢ່າໄດ້ຍຶດຖືໂດຍເຊື່ອວ່າຜູ້ເວົ້າສົມຄວຣເຊື່ອໄດ້
10. ຢ່າໄດ້ຍຶດຖືໂດຍຄວາມນັບຖືວ່າສະມະນະນີ້ເປັນຄຣູຂອງເຮົາ "
ເມື່ອໃດທ່ານທັ້ງຫລາຍຄວຣຮູ້ດ້ວຍຕົນເອງວ່າທັມມ໌ເຫລົ່ານີ້ເປັນກຸສົລ ທັມມ໌ເຫລົ່ານີ້ບໍ່ມີໂທສ ທັມມ໌ເຫລົ່ານີ້ ທ່ານຜູ້ຮູ້ສັນຣ໌ເສີນຍ໌ ທັມມ໌ເຫົ່ລານີ້ ໃຜສະມາທານໃຫ້ບໍຣິບູຣນ໌ແລ້ວເປັນໄປເພື່ອປະໂຍຊນ໌ເກື້ອກູລ ເພື່ອຄວາມສຸຂ ເມື່ອນັ້ນ ທ່ານທັ້ງຫລາຍຄວຣເຂົ້າ ເຖິງທັມມ໌ເຫລົ່ານັ້ນຢູ່ ດັ່ງນັ້ນຜູ້ຈັດທຳຈຶ່ງບໍ່ຂໍສະແດງຣາຍລະອຽດໃດ ໆ ກ່ຽວກັບຕົນເອງຫລາຍກວ່ານີ້
"ຖ້າທ່ານຈະຍຶດຕິດກໍຂໍໃຫ້ຍຶດທີ່ຕົວພຣະທັມມ໌ທ້ອນ ຢ່າໄດ້ຍຶດຕິດທີ່ຕັວບຸຄຄົລໃດ ໆເລີຍ"
ກາຣສຶກສາທັມມ໌ທີ່ຖືກ ບໍ່ແມ່ນເປັນໄປເພື່ອຄວາມອວດອ້າງວ່າເຮົາເປັນຜູ້ເລີສ
ກາຣສຶກສາທັມມ໌ທີ່ຖືກ ຈະເປັນໄປເພື່ອເກື້ອກູລຄົນອື່ນ ແຕ່ຄວຣນ້ອມເຂົ້າມາໃສ່ຕົນເອງ!
ກາຣສຶກສາທັມມ໌ທີ່ຖືກຕ້ອງແລ້ວ ຄວຣນຳໄປປະຕິບັຕເພື່ອຄວາມພຸ້ນທຸກຂ໌
ກາຣສຶກສາ-ປະຕິບັຕທັມມ໌ ຈະເປັນໄປເພື່ອຄວາມສຸຂ ມີສຸຂຄະຕິເປັນທີ່ເກີດ ທີ່ສຸດເປັນໄປເພື່ອຄວາມພຸ້ນທຸກຂ໌...ແທ້ນາ..ຯລຯ
ທ່ານສາມາຖອ່ານພຣະສັຈທັມມ໌ ທີ່ ຜຂ ຮຽບຮຽງໄວ້ ເພື່ອເປັນແນວປະຕິບັຕິທີ່ຖືກຕ້ອງ ໂດຍກາຣກົດເທິ່ງຮູປພາບຂ້າງເທິ່ງ